เราใช้คุ๊กกี้บนเว็บไซต์ของเรา กรุณาอ่านและยอมรับ นโยบายความเป็นส่วนตัว เพื่อใช้บริการเว็บไซต์ ไม่ยอมรับ
Happy birthday to meFrom the moon
ດວງດາວທີ່ສັກສິດຂອງແມ່
  • ມື້ນີ້ຂອງ 26 ປີທີ່ແລ້ວມີເດັກນ້ອຍຄົນໜຶ່ງອາຍຸຄັນພຽງ 7 ເດືອນ
    ເຊິ່ງລາວໄດ້ອອກກ່ອນກຳນົດ ຫຼັງຈາກທີ່ອອກມາບໍ່ດົນ ຜູ້ເປັນແມ່ຊັອກໝົດສະຕິ ເນື່ອງຈາກເສຍເລືອດຫຼາຍເກີນໄປແຕ່ບໍ່ມີໃຜຮູ້ເລີຍວ່າໃນທ້ອງຂອງແມ່ນັ້ນຍັງມີລູກນ້ອຍອີກຄົນຢູ່ໃນທ້ອງຂອງລາວ ຈົນທ່ານໝໍສັງເກດເຫັນວ່າ
    "ເຄສນີ້ແມ່ນລູກແຝດເດີ ຍັງມີອີກຄົນໜຶ່ງ ຫາເລືອດມາໃສ່ໃຫ້ແມ່ດ່ວນ!"​ ຈຶ່ງໄດ້ທຳການຊ່ວຍເອົາເດັກອີກຄົນອອກມາມືນຕາເບິ່ງໂລກໄດ້ຢ່າງປອດໄພ.

    ​ 7 ວັນຕໍ່ມາສິ່ງທີ່ບໍ່ຄາດຄິດກໍ່ໄດ້ເກີດຂື້ນ... ແຝດນ້ອງຜູ້ທີ່ອອກກ່ອນໄດ້ເສຍຊີວິດຈາກສາເຫດໃດກໍບໍ່ຮູ້
    ທຸກຄົນຕ່າງເສຍໃຈ ເສຍດາຍ ໃນຄວາມໜ້າຮັກ ໜ້າຊັງຂອງເດັກຜູ້ທີ່ເສຍຊີວິດໄປກ່ອນໄວອັນຄວນ
    ຜູ້ເປັນພໍ່ ແລະ ແມ່ຊຸດໜັກ ຕອມໃຈຖ້າ ເສົ້າໃຈ ແລະ ເພາະຮູ້ສຶກສິ້ນຫວັງ ເມື່ອຫຼຽວເບິ່ງລູກອີກຄົນທີ່ຍັງມີຊີວິດຢູ່ ຮ່າງກາຍບອບບາງ ໂຕນ້ອຍ ນ້ຳໜັກຫຼຸດເກນມາດຕະຖານຂອງເດັກແລກເກີດ ພ້ອມຍັງມີປານແດງຕິດໂຕທີ່ເປັນສັນຍາລັກຂອງຄວາມບໍ່ດີ ຄວາມຊົ່ວຮ້າຍ ຕາມຄວາມເຊື່ອທີ່ສືບທອດຕໍ່ໆກັນມາຂອງຕະກຸນ
    ເມື່ອປະເມີນເບິ່ງຕາມທີ່ເຫັນແລ້ວ ໂອກາດລອດຂອງເດັກນ້ອຍຜູ້ນີ້ຄືຈະມີໜ້ອຍເຫຼືອເກີນ
    ດ້ວຍຄວາມຮັກ ພໍ່ ແລະ ແມ່ຢ້ານລູກນ້ອຍຜູ້ນີ້ຕາຍປະ ຈຶ່ງໄດ້ຊອກທຸກວິທີທາງເພື່ອຢື້ຊີວິດຂອງລູກນ້ອຍຜູ້ນີ້ເອົາໄວ້ ໃນຄວາມໂຊກຮ້າຍກໍ່ຍັງມີຄວາມຫວັງ ລູກນ້ອຍຜູ້ນີ້ໄດ້ຮັບການເບິ່ງແຍງຢ່າງໃກ້ຊິດຈາກທີມແພດທີ່ປະຈຳຢູ່ສຸກສາລະ ທ່ານໝໍໄດ້ຜັດປ່ຽນກັນຄອຍໃຫ້ຢາ,​ ປ້ອນນົມ ແລະ ອາບນ້ຳໃຫ້.​ 

     ເປັນເວລາ 3 ເດືອນຜູ້ເປັນແມ່ຈຶ່ງກ້າສຳຜັດໂຕລູກ,​ ອາບນ້ຳສ່ວຍໜ້າໃຫ້ລູກຂອງລາວ ເມື່ອຄວາມຝັນທີ່ວາດໄວ້ ວ່າຢາກໄດ້ລູກສາວກໍໄດ້ສົມດັ່ງຫວັງ ແມ່ແຍງເບິ່ງໜ້າຂອງລູກສາວນ້ອຍພ້ອມຄິດໃນໃຈວ່າ: " ຂະໜາດຂໍພອນຕອນໃສ່ບາດທຸກມື້ ເຈົ້າຍັງເກີດມາຍາກກ່ອນໝູ່ເລີຍເນາະ​ ຊິໃຫຍ່ນຳເຂົາຢູ່ບໍ໊ລູກເອີຍ ຂໍໃຫ້ສິ່ງສັກສິດຄຸ້ມຄອງ ແລະ ເອັນດູລູກເດີ ດາລາຂອງແມ່.​"

    [to be continue]

    ຫັດແຕ່ງເລື່ອງ: ດວງດາວທີ່ສັກສິດຂອງແມ່
    ໂດຍ: ດາລາສັກ 
    ປລ. ລະນຶກເຖິງນ້ອງຜູ້ສາວຈາກໄປ
    [ບັນທຶກ] 28.04.2023

    #BeyourOwnStar
Views

เข้าสู่ระบบเพื่อแสดงความคิดเห็น

Log in